ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກະຊວງປ້ອງກັນປະເທດ
ເຂົ້າຮ່ວມກອງປະຊຸມຫົວໜ້າວິທະຍາຄານປ້ອງກັນຊາດ ພາກພື້ນອາຊຽນທີ່ມາເລເຊຍ


    ໂດຍປະຕິບັດຕາມການຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ນໍາໂດຍສະຫາຍ ພົນຕີ ຄຳຫຼ້າ
ພັນໄຊຍະສຸກ, ຫົວໜ້າການເມືອງ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເຂົ້າຮ່ວມກອງປະຊຸມ ຫົວໜ້າວິທະຍາຄານປ້ອງກັນຊາດ ເວ
ທີພາກພື້ນອາຊຽນ (ARF HDUCIM) ຄັ້ງທີ 25 ທີ່ ນະຄອນຫຼວງກົວລາລໍາເບີ ປະເທດມາເລເຊຍ. ໂດຍການເປັນເຈົ້າພາບຮ່ວມຂອງມະຫາວິ
ທະຍາໄລປ້ອງກັນຊາດ ມາເລເຊຍ ແລະ ມະຫາວິທະຍາ ໄລປ້ອງກັນຊາດ ສີລັງກາ. ກອງປະຊຸມໄດ້ດຳເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 1- 3
ສິງຫາ 2023 ເຊິ່ງມີ 11 ປະເທດສະມາຊິກອາຊຽນ,10 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ແລະ 6 ປະເທດໃນຂົງເຂດພາກພື້ນ ເຂົ້າຮ່ວມ,

     ກອງປະຊຸມພາຍໄດ້ດໍາເນີນພາຍໃຕ້ຄຳຂວັນ: "ການສຶກສາການທູດທະຫານ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງອັນຍືນຍົງ". ບັນດາປະເທດ
ເຂົ້າຮ່ວມໄດ້ແລກປ່ຽນແນວຄວາມຄິດ, ບົດຮຽນ ແລະ ປະສົບການໃນ 3 ຫົວຂໍ້ຄື: ຫົວຂໍ້ທີ 1: ການນໍາເອົາການສຶກສາສັນຕິພາບ ເຂົ້າໃນຫຼັກ
ສູດການຮຽນ-ການສອນທະຫານວະຊາຊີບ. ຫົວຂໍ້ທີ 2 ການສຶກສາສັນຕິພາບໃນການຝືກສອນທະຫານວິຊາຊີບ ເພື່ອເປັນສ່ອງທາງໃນການເພິ່ມ
ບົດບາດໃຫ້ກໍາລັງທະຫານສ້າງສັນຕິພາບ ໃນປະຕິບັດການຮັກສາສັນຕິພາບ. ຫົວຂໍ້ທີ 3: ສົ່ງເສີມການຮ່ວມມືລະຫວ່າງມະຫາວິທະຍາໄລ/ວິທະຍາ
ໄລ/ສະຖາບັນປ້ອງກັນຊາດ. ກອງປະຊຸມ ເຫັນໄດ້ວ່າ ມັນມີຄວາມຈໍາເປັນທີ່ສຸດ ໃນການເຮັດໃຫ້ປະຊາຄົມໂລກມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວ
ກັບສັນຕິພາບ, ການເຄື່ອນໄຫວຮັກສາສັນຕິພາບຂອງບັນດາກອງກໍາລັງຮັກສາສັນຕິພາບສາກົນ ໂດຍສະເພາະແມ່ນກອງທັບ ແລະ ບຸກຄະລາກອນ
ທະຫານ, ເນື່ອງຈາກວ່າ ການສຶກສາສັນຕິພາບ ມີເປົ້າໝາຍເພື່ອສ້າງປະຊາຄົມໂລກໃຫ້ມີຄວາມສະຫງົບ, ສັນຕິພາບແມ່ນເສັ້ນທາງທີ່ພວກເຮົາຈະ
ເດີນໄປເພື່ອຄວາມເຕີບໃຫຍ່ ແລະ ນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ສັງຄົມມະນຸດ. ຖ້າພວກເຮົາບໍ່ມີສັນຕິພາບ ແລະ ບໍ່ມີຄວາມປອງດອງກັນ,
ພວກເຮົາຈະບໍ່ມີຄວາມສະຖຽນລະພາບທາງດ້ານການເມືອງ, ບໍ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ຄວາມສີວິໄລທາງດ້ານວັດທະນະທໍາ.
ມີແຕ່ນໍາເອົາການສຶກສາວຽກງານສັນຕິພາບເຂົ້າໃນຫຼັກສູດສຶກສາທະຫານ ຈຶ່ງຈະເປັນການປູກຈິດສໍານຶກກ່ຽວກັບສັນຕິພາບ ໃຫ້ແກ່ນາຍທະຫານ
ເພື່ອໃຫ້ເຂົາເຈົ້າຮັບຮູ້ໄດ້ເຖິງຄຸນຄ່າຂອງສັນຕິພາບ ແລະ ສ້າງພື້ນຖານໃຫ້ແກ່ຄວາມເຂົ້າໃຈຂອງທະຫານໃນການປະຕິບັດພາລະກິດການທະຫານ
ແລະ ການຮັກສາສັນຕິພາບ; ພ້ອມທັງເປັນການເພີ່ມທະວີບົດບາດ ແລະ ຄວາມພ້ອມຂອງທະຫານໃນການຮັບມືກັບສິ່ງທ້າທາຍ ແລະ ປະກອບ
ສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຊາດ ແລະ ສາກົນ.


ວັນທີ 03/08/2023